ການຈົດທະບຽນນຳໃຊ້ ເບີລາຍເດືອນ

ເບີໂທລະສັບມືຖື ລາຍເດືອນ ຕ້ອງໄດ້ທໍາການຈົດທະບຽນນໍາໃຊ້ກ່ອນ ຈື່ງຈະສາມາດໃຊ້ບໍລິການໄດ້, ທ່ານສາມາດຈົດທະບຽນນໍາໃຊ້ໄດ້ທີ່ ລາວ ໂທລະຄົມ ທຸກສາຂາທົ່ວປະເທດ.

ເອກະສານປະກອບເພື່ອເປີດນຳໃຊ້ບໍລິການ ເບີລາຍເດືອນ

  • ສຳລັບຄົນລາວເຮົາ
    1. ສຳເນົາປື້ມສຳມະໂນຄົວ
    2. ສຳເນົາບັດປະຈຳຕົວ 1ໃບ ( ທີບໍ່ໝົດອາຍຸ ) ຫຼື ໃບຢັ້ງຢືນທີຢູ່ 1ໃບ (ອາຍຸບໍ່ເກີນ 3ເດືອນ)
  • ຕ່າງປະເທດ
    1. ສຳເນົາໜັງສືເດີນທາງ 1ໃບ
    2. ໃບຄ້ຳປະກັນຈາກພາກສ່ວນທີ່ກ່ຽວຂ້ອງ (ແບບຟອມຂອງ ລາວໂທລະຄົມ)
    3. ບັດປະຈໍາຕົວຜູ້ທີມາຂໍເປີດ
  • ອົງການ ແລະ ນິຕິບຸກຄົນ
    1. ໃບສະເໜີຈາກອົງກອນ
    2. ສໍາເນົາໃບທະບຽນວິສາຫະກິດ 1ໃບ
    3. ໃບຄ້ຳປະກັນຈາກພາກສ່ວນທີ່ກ່ຽວຂ້ອງ (ແບບຟອມຂອງ ລາວໂທລະຄົມ)
    4. ສຳເນົາໃບອາກອນ

ເອກະສານ ເປີດ IR ສຳລັບ ເບີລາຍເດືອນ

  • ລູກຄ້າບຸກຄົນ: ສຳເນົາປື້ມສຳມະໂນຄົວ ຫລື ສຳເນົາບັດປະຈຳຕົວ 1 ໃບ ( ທີ່ບໍ່ໝົດອາຍຸ )
  • ລູກຄ້າ ອົງກອນ: ໃບສະເໜີຈາກອົງກອນ

ອັດຕາຄ່າບໍລິການ

  • ເປີດນຳໃຊ້ເບີໃຫມ່ 10.000 ກີບ
  • ຄ່າເຊົ່າປະຈຳເດືອນ 25.000 ກີບ
  • ປ່ຽນປະເພດບໍລິການຈາກຕື່ມເງິນ ເປັນລາຍເດືອນ ແມ່ນ ຟຣີ
  • ຄ່າທຳນຽມເປີດນຳໃຊ້ IR ຟຣີ

ອັດຕາຄ່າໂທ

  • ອັດຕາຄ່າໂທພາຍໃນເຄືອຂ່າຍ ແລະ ນອກເຄືອຂ່າຍແມ່ນ 300 ກີບ ຕໍ່ນາທີ ​ແລະ ຕັດ​ເປັນ​ວິ​ນາ​ທີ
  • ວິທີ​ໂທ​ໄປ​ຕ່າງປະ​ເທດ ກົດ ​ເຄືອງ​ຫມາຍ + ຫລື ກົດ 00