ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ເມື່ອບໍ່ດົນມານີ້ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດຝຶກອົບຮົມ Coding & AI Camp ທີ່ ມະຫາວິທະຍາໄລ ຈໍາປາສັກ ແຂວງ ນະຄອນຈໍາປາສັກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປະລິນຍາເອກ ນາງ ພອນສະຫວັນ ເທບພະສຸລິນທອນ ຮອງ ອະທິບໍດີ ມະຫາວິທະຍາໄລ ຈຳປາສັກ, ທ່ານ ຄໍາໃບ ພົມຮັກສາ ຫົວໜ້າຄະນະຊ່ວຍວຽກຈັດຕັ້ງ-ບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ຜູ້ຊ່ວຍສາດສະດາຈານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລຂອນເເກ່ນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂວັນເມືອງ ເຄືອເອມ ຫົວໜ້າການຕະຫຼາດ-ການຂາຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານນາງ ຄຳຫຼ້າ ອຸດົມສັກ ອຳນວຍການ ລາວ ໂທລະຄົມ ສາຂາເເຂວງ ຈຳປາສັກ, ທ່ານ ພະນາວຸດ ພົງສຳພັນ ຮອງອຳນວຍການ ບໍລິສັດ ທີພລັດ, ທ່ານ ອຸດົມ ທາວົງ ຮອງຫົວໜ້າສູນຂໍ້ມູນຂ່າວສານ ມະຫາວິທະຍາໄລ ຈໍາປາສັກ ພ້ອມຄະນະ ຄະນະອາຈານ ຈາກມະຫາວິທະຍາໄລ ຈຳປາສັກ, ວິທະຍາໄລ ຂອນເເກ່ນ, ໂຮງຮຽນ ມສ ໂພນໄຊ, ມໍປາຍ ພອນສະຫວັນ, ມສ ປາກເຊ, ໂຮງຮຽນ ມັດທະຍົມກິນນອນຊົນເຜົ່າ ເເລະ ບັນດານັກສຶກສາ ເຂົ້າຮ່ວມ 53 ທ່ານ.
ໃນການຈັດຝຶກອົບຮົມຄັ້ງນີ້ ເປັນການຮ່ວມມືລະຫວ່າງ ກຸ່ມ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ມະຫາວິທະຍາໄລ ຈຳປາສັກ ເເລະ ມະຫາວິທະຍາໄລ ຂອນເເກ່ນ ໂດຍການຝຶກອົບຮົມຄັ້ງນີ້ ຈັດຂຶ້ນໃນລະຫວ່າງວັນທີ 25-26 ຕຸລາ 2023.
ຈຸດປະສົງໃນການຈັດຝຶກອົບຮົມ ເພື່ອເປັນການເສີມສ້າງຄວາມຮູ້ ເເລະ ທັກສະພື້ນຖານຂອງການຂຽນ Code, ພາສາໃນການຂຽນໂປຣເເກຼມ ເເລະ ພັດທະນາ Software ໃຫ້ເເກ່ບັນດານ້ອງນັກຮຽນ-ນັກສຶກສາ ມີທັງພາກທິດສະດີ ເເລະ ປະຕິບັດຕົວຈິງ ທັງຍັງມີການເເຂ່ງຂັນຊິງລາງວັນໃນການຮຽນຮູ້ອີກດ້ວຍ. ເຊິ່ງຜູ້ທີ່ຊະນະການແຂ່ງຂັນ ແລະ ໄດ້ຮັບລາງວັນໃນຄັ້ງນີ້ ປະກອບດ້ວຍ:
© Copyrights 2024 Lao Telecommunication Public Company All Rights Reserved