ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ ປະຈໍາປີ 2022

ໃນຕອນບ່າຍວັນທີ 23 ມັງກອນ 2023 ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມ ຮັບຟັງການໂອ້ລົມຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນທຸລະກິດຊັ້ນນໍາດີເດັ່ນປະຈຳປີ 2022 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າຈາກພາກລັດ, ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 80 ຫົວໜ່ວຍ, ຈຸດປະສົງຕົ້ນຕໍ ຂອງກອງປະຊຸມໃນຄັ້ງນີກໍ່ເພື່ອ ຮັບຟັງທິດຊີ້ນໍາ ແລະ ທິດທາງແຜນການ ຂອງ ລັດຖະບານກໍຄື ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການພັດທະນາ ເສດຖະກິດ-ສັງຄົມ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ທິດທາງແກ້ໄຂບັນຫາທີ່ເປັນອຸປະສັກ ຕໍ່ການດໍາເນີນທຸລະກິດ ແລະ ມອບລາງວັນນັກທຸລະກິດດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນຂວັນກໍາລັງໃຈໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ສາມາດນໍາວິສາຫະກິດຂອງຕົນ ຂ້າມຜ່ານວິກິດຕ່າງໆມາໄດ້ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ໃນປີ 2021 ແລະ ປີ 2022 ທີ່ໄດ້ມີການຈັດງານ ມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ, ບໍລິສັດ ທີ່ໄດ້ຮັບລາງວັນໃນຄັ້ງນີ້ ລ້ວນແລ້ວແຕ່ແມ່ນບໍລິສັດ ທີ່ມີຄວາມສາມາດໂດດເດັ່ນ, ປະກອບສ່ວນເສຍພັນທະອາກອນ ໃຫ້ແກ່ລັດຖະບານຢ່າງສະໝໍ່າສະເໝີ ແລະ ທັນຕາມກໍານົດເວລາ, ມີຜົນງານຫຼວງຫຼາຍໃນການປະກອບສ່ວນຊວ່ຍເຫຼືອສັງຄົມ ເປັນຕົ້ນແມ່ນ ວຽກງານສາທາລະນະສຸກ, ວຽກງານການສຶກສາ, ວຽກງານ ປກຊ, ປກສ, ຊ່ວຍເຫຼືອຜູ້ປະສົບໄພພິບັດທາງທໍາມະຊາດ ໃນແຕ່ລະປີ ລວມມູນຄ່າການອຸປະຖຳ ຫຼາຍຕື້ຕໍ່ປີ ແລະ ໃນງານນີ້ ທາງ ລາວ ໂທລະຄົມ ກໍໄດ້ມີການອຸປະຖຳ ເປັນຈຳນວນເງິນ 8,000 USD ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ນອກນັ້ນພາຍໃນງານກໍຍັງມີການອອກບູດວາງສະແດງສິນຄ້າ ເພື່ອໃຫ້ແຂກທີ່ມາຮ່ວມງານໄດ້ມາຮັບຊົມສິນຄ້າ ຂອງ ລລທ.

ກ່ອນໜ້ານີ້ ລາວ ໂທລະຄົມ ໄດ້ຮັບລາງວັນລະດັບປະເທດ ແລະ ລະດັບສາກົນ ຈຳນວນຫຼາຍລາງວັນເຊັ່ນ: ລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2021 ແລະ 2022, ລາງວັນ: Fastest Growing FTTH Internet Service Provider ຈາກ International Finance Award 2022, ລາງວັນ Fastest Growing Mobile e-Wallet App M-Money ຈາກ International Finance Award, ລາງວັນ ASOCIO Environmental, Social & Governance Award ຈາກ ASOCIO Tech Excellence Award ປະຈຳປີ 2022 ທີ່ປະເທດ ສິງກະໂປ.

ລາວ ໂທລະຄົມ ຂໍໃຫ້ຄຳໝັ້ນສັນຍາຈະສືບຕໍ່ຕັ້ງໜ້າພັດທະນາ ເເລະ ສ້າງສັນບໍລິການໃໝ່ໆທີ່ຫຼາກຫຼາຍມີຄວາມທັນສະໄໝຕອບໂຈດຄວາມຕ້ອງການຂອງລູກຄ້າ ຕາມຍຸກ Digital Economy ຢ່າງບໍ່ຢຸດຢັ້ງໃນອະນາຄົດ ເພື່ອຮັບໃຊ້ສັງຄົມ ຄືດັ່ງຄຳຂວັນທີ່ວ່າ: ລາວ ໂທລະຄົມ ໂທລະຄົມຂອງຄົນລາວເພື່ອສັງຄົມລາວ.