ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ສຳເລັດຢ່າງຈົບງາມ ສຳລັບງານຝຶກອົບຮົມພາຍໃຕ້ຫົວຂໍ້ທັກສະການເປັນພິທີກອນທາງການ ເເລະ ພິທີກອນນຳສະເໜີຂາຍສິນຄ້າ ທີ່ສະຖາບັນສື່ມວນຊົນ ວັດທະນະທຳ ເເລະ ທ່ອງທ່ຽວ ລະຫວ່າງວັນທີ 03 – 05 ພຶດສະພາ 2023 ໃຫ້ເເກ່ພະນັກງານ ລາວ ໂທລະຄົມ ທົ່ວປະເທດ ໃຫ້ກຽດປິດພິທີໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະເເຫຼງຂ່າວ, ວັດທະນະທໍາ ເເລະ ທ່ອງທ່ຽວ, ທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນ ສື່ມວນຊົນ ວັດທະນະທຳ ເເລະ ທ່ອງທ່ຽວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຮອງອຳນວຍການ ລາວ ໂທລະຄົມ, ຝ່າຍ ເເລະ ພະເເນກທີ່ກ່ຽວຂ້ອງ ພ້ອມທັງຄູຝຶກ ເເລະ ສຳມະນາກອນ. ການຝຶກອົບຮົມໃນຄັ້ງນີ້ກໍມີຄວາມສຳຄັນຫຼາຍໃນການຍົກລະດັບ ເເລະ ເພີ່ມທັກສະການເປັນພິທີກອນ, ເພີ່ມທັກສະທາງດ້ານບຸຄະລິກະພາບ ເເລະ ສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ, ການນຳໃຊ້ພາສາເວົ້າ ເເລະ ການສະເເດງທີ່ສອດຄ່ອງກັບລະບຽບກົດໜາຍບ້ານເມືອງ. ເຊິ່ງ ລາວ ໂທລະຄົມ ກໍໄດ້ໃຫ້ຄວາມສຳຄັນຕໍ່ວຽກງານມາໂດຍຕະຫຼອດ ເເລະ ມຸ່ງໝັ້ນທີ່ພັດທະນາບຸກຄະລາກອນໃຫ້ມີຄຸນນະພາບໃນອະນາຄົດ.
© Copyrights 2024 Lao Telecommunication Public Company All Rights Reserved