Consumer
Wired Internet
Landline desk
and Winphone Service
About Lao Telecom
Contact us
Lao Telecom Store
Smart Rewards
ໃນວັນທີ 03 ກຸມພາ 2023 ທີ່ ບາງກອກ ປະເທດໄທ ໄດ້ຈັດພິທີມອບລາງວັນ International Finance Awards 2022, ເຊິ່ງກຸ່ມ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເຄືອຂ່າຍອັນດັບ 1 ຂອງລາວ ໄດ້ຮັບເຖິງ 2 ລາງວັນຄື: ລາງວັນ ຜູ້ໃຫ້ບໍລິການ ອິນເຕີເນັດ FTTH ທີ່ເຕີບໃຫ່ຍໄວທີ່ສຸດໃນລາວ ( Fastest Growing FTTH Internet Service Provider-Laos 2022 award ) ໃຫ້ກຽດຮັບໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍໃຫ່ຍ ຂະແໜງເຕັກນິກ ລາວ ໂທລະຄົມ ແລະ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ໄດ້ຮັບ ລາງວັນ ເອັມມັນນີ ແອັບກະເປົ໋າເງິນທີ່ເຕີບໃຫ່ຍໄວທີ່ສຸດໃນລາວ ( Fastest Growing Mobile e-Wallet App-M Money-Laos 2022 award) ໃຫ້ກຽດຮັບໂດຍ ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ຮອງຜູ້ອຳນວຍການໃຫ່ຍ ຂະແໜງຈັດຕັ້ງ-ບໍລິຫານ ລາວ ໂທລະຄົມ.
ລາວ ໂທລະຄົມ ຮູ້ສຶກພູມໃຈທີ່ໄດ້ຮັບລາງວັນດັ່ງກ່າວ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຕັ້ງໜ້າພັດທະນາ ແລະ ສ້າງສັນບໍລິການໃໝ່ໆທີ່ຫຼາກຫຼາຍ ມີຄວາມທັນສະໄໝຕອບໂຈດຄວາມຕ້ອງການຂອງລູກຄ້າ ຕາມຍຸກ Digital Economy ຢ່າງບໍ່ຢຸດຢັ້ງໃນອະນາຄົດ ເພື່ອຮັບໃຊ້ສັງຄົມ ຄືດັ່ງຄຳຂວັນທີວ່າ: ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.
© Copyrights 2022 Lao Telecommunication Public Company All Rights Reserved