ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນວັນທີ
23 ທັນວາ 2024 ທີ່ ໂຮງແຮມ ເອຣະວັນ
ຣີເວີໄຊ, ເເຂວງ ຈຳປາສັກ ໄດ້ຈັດພິທີເປີດໃຫ້ບໍລິການ 5G ຢ່າງເປັນທາງການ
ໃຫ້ກຽດເປັນປະທານໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ,
ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ແລະ ໃຫ້ກຽດເຂົ້າເປັນປະທານຮ່ວມໂດຍ, ທ່ານ ປອ. ສັນຕິສຸກ
ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ
ເເລະ ການສື່ສານ, ທ່ານ
ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ເຕັກໂນໂລຊີ ເເລະ ການສື່ສານ, ຜູ້ອຳນວຍການໃຫຍ່ ບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ,
ຮ້ານຕົວແທນຈໍາໜ່າຍ, ຄູ່ຮ່ວມທຸລະກິດ ແລະ ບັນດາສື່ມວນຊົນກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.
ບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນໍາເຕັກໂນໂລຊີ 5G ເຂົ້າມາໃຫ້ບໍລິການສັງຄົມ ແລະ ປັດຈຸບັນໄດ້ຂະຫຍາຍບໍລິການ 5G ແລະ ເປີດນໍາໃຊ້ເຄືອຂ່າຍ 5G ເປັນທາງການ
ຢູ່ແຂວງຈໍາປາສັກ ຈຳນວນ 10 ຈຸດໃນເຂດນະຄອນນະຄອນປາກເຊ
ນອກຈາກນີ້ ໃນອານາຄົດຍັງມີແຜນຂະຫຍາຍຕາມເຂດທີ່ເຫັນວ່າແທດເໝາະ ກັບການນຳໃຊ້ 5G, ໃນພິທີໄດ້ໃຫ້
ແພັກເກັດ ດາຕ້າ 5G ສຸດພິເສດ ໃຫ້ແຂກທີ່ເຂົ້າຮ່ວມງານ ແລະ ລູກຄ້ານໍາໃຊ້ບໍລິການ 5G ຢູ່ແຂວງຈໍາປາສັກ
ທົດລອງນໍາໃຊ້ຟຣີ, ໃນໂອກາດວັນສໍາຄັນດັ່ງກ່າວ ທ່ານ ລັດຖະປັນຍາ
ຂຽວວົງພະຈັນ, ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການໃຫຍ່ຂະແໜງເຕັກນິກ ບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ ຂຶ້ນກ່າວຈຸດປະສົງຂອງການເປີດໃຫ້ບໍລິການ 5G ແລະ ໃຫ້ກຽດໃນການກົດປຸ່ມເປີດພິທີຢ່າງເປັນທາງການ
ໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ,
ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ທ່ານ
ປອ ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ເເລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ, ຄະນະບໍລິຫານງານພັກກະຊວງ ເຕັກໂນໂລຊີ ເເລະ ການສື່ສານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ. ຊຶ່ງພາຍໃນງານມີຮ້ານວາງສະແດງ ຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ
ມະຫາຊົນ, ຄູ່ຮ່ວມທຸລະກິດ, ຕົວແທນຈໍາໜ່າຍ ແລະ ໄດ້ມີກິດຈະກໍາຫຼາກຫຼາຍໃນການສາທິດການນໍາໃຊ້ເຕັກໂນໂລຊີ
5G ບໍ່ວ່າຈະເປັນ ເຕັກໂນໂລຊີສໍາຫລວດພື້ນທີ່ ໂດຍນໍາໃຊ້ Drone, iFarm solutions, Virtual Reality (ທ່ອງທ່ຽວ, ເກມ), M-Money X, My TPlus,
Smart Rewards, ການທົດລອງນໍາໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫລາຍບໍລິການທີ່ໄດ້ມີການວາງສະແດງພາຍໃນງານ.
ປັດຈຸບັນ ລາວ ໂທລະຄົມ ໄດ້ນໍາໃຊ້ບໍລິການລະບົບ 5G ຢູ່ນະຄອນຫຼວງວຽງຈັນ, ເເຂວງ ບໍ່ເເກ້ວ, ຫຼວງພະບາງ,
ສະຫວັນນະເຂດ ແລະ ຈໍາປາສັກ, ໂດຍກວມເອົາຂົງເຂດຕົວເມືອງ, ສະຖານທີ່ສໍາຄັນ, ແຫລ່ງທ່ອງທ່ຽວຕ່າງໆ ແລະ
ມີແຜນຂະຫຍາຍໄປໃນທົ່ວປະເທດ. ຊຶ່ງດັ່ງທີ່ພວກເຮົາຮູ້ນຳກັນວ່າ ເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີທີ່ທັນສະໄໝ ນໍາຄວາມກ້າວ
ໜ້າມາສູ່ສັງຄົມ ແລະນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ເຊັ່ນ: ທາງດ້ານທຸລະກິດ online, E-commerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫຼາຍຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ຊຶ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ແລະ
ຜູ້ຊົມໃຊ້ໄດ້ມີວິຖີຊີວິດນັບມື້ນັບສະດວກສະບາຍຂື້ນດ້ວຍຄວາມວ່ອງໄວ, ມີຄວາມປອດໄພສູງ ແລະ ສອດຄ່ອງໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍ່ຄືວຽກງານຂອງ ກະຊວງ ເຕັກໂນໂລຊີ ເເລະ ການສື່ສານ
ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ຕາມ 3 ເສົາຄໍ້າຂອງລັດຖະບານຄື: ລັດຖະບານດິຈິຕອນ, ສັງຄົມດິຈິຕອນ
ແລະ ເສດຖະກິດດິຈິຕອນ, ລາວ ໂທລະຄົມ ກໍ່ເປັນສ່ວນໜຶ່ງໃນການນຳເອົາເຕັກໂນໂລຊີໃໝ່ໆ
ເຂົ້າມານຳໃຊ້ເພື່ອຮອງຮັບກັບຄວາມຕ້ອງການຂອງສັງຄົມ ພ້ອມທັງຮັບປະກັນຄຸນນະພາບການໃຫ້ບໍລິການ
ເພື່ອສະໜັບສະໜູນວຽກງານແຜນຍຸດທະສາດການສ້າງສາ ແລະ ພັດທະນາປະເທດຊາດ.
ລາວ ໂທລະຄົມ
ຍັງສືບຕໍ່ມຸ່ງໝັ້ນໃນການພັດທະນາ ນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ
ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ
ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດິຈິຕອນ
ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ: ລາວ
ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ, We
are Family.
© Copyrights 2024 Lao Telecommunication Public Company All Rights Reserved