ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບກຽດຂຶ້ນຮັບລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນປະຈຳປີ 2024 (ASEAN Business Awards 2024) ໃນໄລຍະຊ່ວງກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ໃນວັນທີ 9 ຕຸລາ 2024 ທີ່ຜ່ານມາໄດ້ມີພິທີຈັດງານ ASEAN Business Awards Gala Dinner 2024 ທີ່ໂຮງເເຮມດອນຈັນພາເລດ ໂດຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກໍໄດ້ຮັບກຽດເຂົ້າຮ່ວມງານ. ຊຶ່ງພາຍໃນງານໄດ້ມີພິທີມອບລາງວັນ “ທຸລະກິດອາຊຽນ ປະຈໍາປີ 2024 (ASEAN Business Awards – ABA 2024)”, ງານມອບລາງວັນທຸລະກິດອາຊຽນໃນປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ "ອາຊຽນ: ເສີມສ້າງການເຊື່ອມໂຍງ ແລະ ຄວາມເຂັ້ມແຂງ" ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງການເຕີບໃຫຍ່ ແລະ ນະວັດຕະກຳຮ່ວມກັນໃນພາກພື້ນ. ລາງວັນທຸລະກິດອາຊຽນຖືເປັນເວທີສຳຄັນໃນການສົ່ງເສີມຄວາມຮ່ວມມືທາງເສດຖະກິດ ແລະ ການຍ້ອງຍໍວິສາຫະກິດທີ່ມີຜົນງານໂດດເດັ່ນໃນປະຊາຄົມອາຊຽນ.
ດ້ວຍຜົນງານອັນພົ້ນເດັ່ນ ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຖືກຄັດເລືອກໃຫ້ຮັບລາງວັນທຸລະກິດອາຊຽນ (ASEAN Business Awards - ABA) ປະຈໍາປີ 2024 ໃນຖານະຜູ້ນຳດ້ານການພັດທະນາພື້ນຖານໂຄງລ່າງໃນພາກພື້ນ ໃຫ້ກຽດຂື້ນມອບລາງວັນໂດຍ ພະນະທ່ານ ສາດສະດາຈານ ດຣ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຂຶ້ນຮັບລາງວັນອັນຊົງກຽດນີ້ ໂດຍ ທ່ານ ສຸພົນ ຈັນທະວີໄຊ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.
ການໄດ້ຮັບລາງວັນໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສຳເລັດ ຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນເຖິງຄວາມກ້າວໜ້າຂອງຂະແໜງໂທລະຄົມມະນາຄົມຂອງ ສປປ ລາວ ໃນເວທີພາກພື້ນອີກດ້ວຍ.
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ລາງວັນອັນຊົງກຽດໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສຸ່ມໃສ່ການພັດທະນາດ້ານການໃຫ້ບໍລິການໂທລະຄົມມະນາຄົມ ເພື່ອສົ່ງເສີມທາງດ້ານການພັດທະນາເສດຖະກິດ ພ້ອມຍົກລະດັບທຸລະກິດ ໃນ ສປປ ລາວ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ.