ຄະນະຜູ້ອໍານວຍການໃຫ່ຍ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ລົງຕິດຕາມກວດກາການກຽມຄວາມພ້ອມໃຫ້ບໍລິການດ້ານໂທລະຄົມມະນາຄົມ

ຄະນະຜູ້ອໍານວຍການໃຫ່ຍ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ລົງຕິດຕາມກວດກາການກຽມຄວາມພ້ອມໃຫ້ບໍລິການດ້ານໂທລະຄົມມະນາຄົມ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ເເລະ 45 ເເລະ ກອງປະຊຸມສຸດຍອດອາຊຽນ ທີ່ຈະຈັດຂື້ນໃນລະຫວ່າງວັນທີ 8 - 11 ຕຸລາ 2024 ນະຄອນຫຼວງວຽງຈັນ, ສປປ ລາວ.
ຊຶ່ງການລົງຕິດຕາມກວດກາໃນຄັ້ງນີ້ ກໍ່ເພື່ອຮັບປະກັນ ຄຸນນະພາບການໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນ ແລະ ຊົມເຊີຍທີ່ ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອາຊຽນໃຫ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.