Consumer
Wired Internet
Landline desk
and Winphone Service
About Lao Telecom
Contact us
Lao Telecom Store
Smart Rewards
ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີມອບເງິນລາງວັນອັດສີດ ໃຫ້ກັບນັກກິລາລາວຜູ້ທີ່ຍາດໄດ້ຫຼຽນລາງວັນຈາກງານ ກິລາຊີເກມຄັ້ງທີ 32 ທີ່ ປະເທດກຳປູເຈຍ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ, ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ, ພ້ອມດ້ວຍຄະນະສະຫະພັນກິລາ, ຄູຝຶກ, ພ້ອມດ້ວຍນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງພິທີທີ່ຈັດຂື້ນໃນມື້ນີ້ ເພື່ອສະແດງຄວາມຍິນດີ ເປັນຂວັນກຳລັງໃຈໃຫ້ກັບນັກກິລາຜູ້ເຂົ້າຮ່ວມການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ ປະເທດກຳປູເຈຍ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 05-17 ພຶດສະພາ 2023 ທີ່ຜ່ານມາ ໂດຍນັກກິລາລາວສາມາດຍາດຫຼຽນລາງວັນມາໄດ້ເຖິງ 88 ຫຼຽນ. ໃນນັ້ນລວມມີ ຫຼຽນຄໍາ 6 ຫຼຽນ, ຫຼຽນເງິນ 22 ຫຼຽນ ແລະ ຫຼຽນທອງແດງ 60 ຫຼຽນ. ດັ່ງນັ້ນ ເພື່ອຊົມເຊີຍຜົນງານນັກກິລາລາວ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ມອບເງິນລາງວັນອັດສີດລວມເປັນຈໍານວນເງິນທັງໝົດ 805,000,000 ກີບ, ມອບໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ທ່ອນແກ້ວ ສີຫາວົງ ຮັກສາການຜູ້ອຳນວຍການ ບໍລິສັດ ທີພລັດດິຈິຕອນ ຈຳກັດຜູ້ດຽວ (T-Plus) ທ່ານ ນາງ ວຽງເງິນ ອິນທະວົງ ຮອງອໍານວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ (M-Money).
ກຸ່ມບໍລິສັດ ລາວ ໂທລະຄົມ ຍາມໃດກໍເຫັນການສຶກສາ ແລະ ກິລາ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍຶດໝັ້ນທີ່ຈະສະໜັບສະໜູນ ສົ່ງເສີມໃຫ້ນັກກິລາລາວໄດ້ພັດທະນາຄວາມສາມາດ ແລະ ສ້າງສື່ສຽງໃຫ້ກັບປະເທດຊາດ ຢູ່ຄຽງຄູ່ສັງຄົມລາວ ຕະຫຼອດໄປ.
© Copyrights 2022 Lao Telecommunication Public Company All Rights Reserved