ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະໜັບສະໜູນ ການບໍລິການ ລະບົບສັນຍານດ້ານໂທລະຄົມ ເຂົ້າໃນການຮັບໃຊ້ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ມູນຄ່າ 515,000,000 ກີບ

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2024 ທີ່ ສູນປະຊຸມແຫ່ງຊາດ ນະຄອນຫຼວງວຽງຈນ, ກຸ່ມບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນການບໍລິການລະບົບສັນຍານດ້ານໂທລະຄົມ, ຊຶ່ງຄິດເປັນມູນຄ່າ 515,000,000 ກີບ ເພື່ອສະໜອງເຂົ້າໃນການຮັບໃຊ້ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ. ເປັນກຽດຮັບ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຫົວຫນ້າກົມ, ຮອງກົມອ້ອມຂ້າງ ກະຊວງການຕ່າງປະເທດ ແລະ ຕາງຫນ້າມອບ ໂດຍທ່ານ ອາລຸນນະເດດ ບານຈິດ ຮອງອຳນວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ເພື່ອເປັນການ ປະກອບສ່ວນເຂົ້າໃນການສະໜັບສະໜູນດ້ານໂທລະຄົມເຊັ່ນ: ອິນເຕິເນັດຄວາມໄວສູງ 1 Gbps ( ຮອງຮັບລະບົບແບບ 1+1 ), ໝາຍເລກໂທລະສັບ+ດາຕ້າ ຈຳນວນ 1,500 ຊິມ, ລົດຮັບສົ່ງສັນຍານແບບເຄື່ອນທີ່,ນໍ້າດື່ມຈຳນວນ 100 ແກັດ ເເລະ ເງິນສົດ ເພື່ອຊື້ອາຫານ(ເຂົ້າກ່ອງ) ຈຳນວນໜື່ງ ເພື່ອສະໜອງ ໃຫ້ບັນດາ ເຈົ້າໜ້າທີ່, ພະນັກງານ ແລະ ອາສາສະໝັກ ລວມທັງຄະນະສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮັບໃຊ້ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຊຶ່ງຈັດຂຶ້ນ ນັບແຕ່ວັນທີ 21-27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ.