ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນເຊົ້າວັນທີ 2 ກຸມພາ 2024 ກຸ່ມ ບໍລິສັດ ລາວ ໂທລະຄົມ ໄດ້ສ້າງຂະບວນຄຶກຄື້ນຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳມະບານ ຄົບຮອບ 68 ປີ ເເລະ ວັນເເມ່ຍິງສາກົນ ຄົບຮອບ 114 ປີ ທັດສະນະສຶກສາຢ້ຽມຊົມ ຫໍພິພິຕະພັນ ທ່ານ ໄກສອນ ພົມວິຫານ ເເລະ ຫໍພິພິຕະພັນປະຫວັດສາດກອງທັບປະຊາຊົນລາວ ພາຍໃຕ້ການນຳພາໂດຍ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ເເລະ ການສື່ສານ, ເລຂາຄະນະພັກຮາກຖານ ລາວ ໂທລະຄົມ ທັງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍ ຄະນະຕາງໜ້າ 3 ອົງການຈັດຕັ້ງ ກຳມະບານ, ສະຫະພັນເເມ່ຍິງ, ຊາວໜຸ່ມ ເເລະ ສະຊິກ 190 ສະຫາຍ ເຂົ້າຮ່ວມ ການທັດສະນະສຶກສາຢ້ຽມຊົມໃນຄັ້ງນີ້ ໄດ້ຮຽນຮູ້ວິຖີຊີວິດບັນດາເຜົ່າ, ມູນເຊື້ອອັນດີງາມທີ່ມີມາເເຕ່ດັ້ງເດີມ, ຄວາມເສຍສະຫຼະນ້ຳໃຈອັນຮັກຊາດ ເເລະ ຍັງເປັນສະຖານທີ່ໃຫ້ຄົນຮຸ່ນຫຼັງໄດ້ສຶກສາປະຫວັດສາດລາວຕໍ່ໄປ.
© Copyrights 2024 Lao Telecommunication Public Company All Rights Reserved