ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນເຊົ້າ
ວັນທີ 24 ມັງກອນ 2024 ທີ່
ສູນການຄ້າ ລາວໄອເຕັກ ໄດ້ມີພິທີເປີດງານວາງສະເເດງ ທ່ອງທ່ຽວອາຊຽນ 2024 ເປັນກຽດເຂົ້າຮ່ວມໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ
ຖະເເຫຼ່ງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ
ພ້ອມຕາງໜ້າກອງເລຂາອາຊຽນ ເເລະ ບັນດາລັດຖະມົນຕີປະເທດສະມາຊິກອາຊຽນ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ
ພ້ອມດ້ວຍຄະນະ ໄດ້ຮັບກຽດເຂົ້າຮ່ວມພິທີຕັດເເຖບຜ້າ
ພິທີເປີດງານວາງສະເເດງການທ່ອງທ່ຽວອາຊຽນ ASEAN TOURISM FORUM 2024.
ຈຸດປະສົງໃນການຈັດງານຄັ້ງນີ້
ເພື່ອເປັນການກະຕຸ້ນສົ່ງເສີມການທ່ອງທ່ຽວ ລາວ ໂທລະຄົມ
ໄດ້ຮັບກຽດສ່ວນໜື່ງໃນການໃຫ້ບໍລິການທາງດ້ານເຕັກໂນໂລຊີອີນເຕີເນັດຄວາມໄວສູງ ແລະ
ການສະໜອງໝາຍເລກໂທລະສັບ “Jai Dee SIM” ເເມ່ນຊີມນັກທ່ອງທ່ຽວທີ່ຮອງຮັບ 5G
ອິນເຕີເນັດຄວາມໄວສູງ
ເພື່ອອຳນວຍຄວາມສະດວກໃນການໃຊ້ງານຂອງບັນດາເເຂກເຂົ້າຮ່ວມພາຍໃນງານ. ນອກຈາກນີ້ ລາວ
ໂທລະຄົມ ໄດ້ນຳເອົາດ້ານເຕັກໂນໂລຊີໃໝ່ໆເຊັ່ນ: ນະວັດຕະກຳທີ່ບິນສຳຫຼວດເທິງອາກາດ (Drone),
ນະວັດຕະກຳເຕັກໂນໂລຊີທີ່ນຳໃຊ້ເຂົ້າໃນວຽກງານກະສິກຳ (IFarm
Solutions), ເເອັບພິເຄຊັ່ນກະເປົາເທິງມືຖື e-wallet
(M-MoneyX) ທີ່ໃຊ້ຊຳລະໂອນຈ່າຍສິນຄ້າ ເເລະ ບໍລິການຂອງ ລາວ ໂທລະຄົມ
ທີ່ຮອງຮັບລູກຄ້າທັງພາຍໃນ ເເລະ ຕ່າງປະເທດ, Smart Rewards ເເອັບພິເຄຊັ່ນທີ່ສະສົມຄະເເນນ
ເເລະ ເອົາຄະເເນນເເລກສິດທິພິເສດກັບຮ້ານຄ້າຕ່າງໆ, (VR) ນະວັດຕະກຳທີ່ຈຳລອງພາບ,
ສະຖານທີ່ສະເໝືອນຈິງ.
ລາວ
ໂທລະຄົມ ຂໍສະແດງຄວາມຊົມເຊີຍ ກອງປະຊຸມ ASEAN TOURISM FORUM
2024 Quality and Responsible Tourism - Sustaining ASEAN Future ຂໍໃຫ້ປະສົບສຳເລັດຢ່າງຈົບງາມ.
ລາວ
ໂທລະຄົມ ຍຶດໝັ້ນໃນການສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດ
ໃນຕໍ່ໜ້າໃຫ້ທັນສະໄໝໃນຍຸກດິຈິຕອນ ເເລະ
ພ້ອມທັງປະຕິບັດນະໂຍບາຍຂອງພາກລັດໃຫ້ສອດຄ່ອງເເນວທາງການທ່ອງທ່ຽວປີ 2024 ພາຍໃຕ້ຫົວຂໍ້: ການທ່ອງທ່ຽວທີ່ມີຄຸນນະພາບ ເເລະ
ຄວາມຮັບຜິດຊອບເພື່ອຄວາມຍືນຍົງຂອງອາຊຽນ “Quality and Responsible Tourism –
Sustaining ASEAN Future”.
© Copyrights 2024 Lao Telecommunication Public Company All Rights Reserved