ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນບ່າຍວັນທີ
17 ມັງກອນ 2024 ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ
ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ
ລາວ ໂທລະຄົມ ທັງເປັນ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ
ພ້ອມຄະນະອຳນວຍການ, ສາມອົງການຈັດຕັ້ງ ມະຫາຊົນ ເຂົ້າອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ພ້ອມທັງມອບການອຸປະຖຳໃຫ້ແກ່ກະຊວງປ້ອງການປະເທດ
ມູນຄ່າ 325,000,000 ກີບ ກ່າວຮັບໂດຍ ທ່ານ ພົທ.ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ການເມືອງກອງທັບ
ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກະຊວງປ້ອງກັນປະເທດໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.
ໂອກາດນີ້, ທ່ານ
ພົທ.ປອ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສຸພົນ
ຈັນທະວີໄຊ ທີ່ໄດ້ໃຫ້ການຊຸກຍູ້ອຸປະຖຳ ກະຊວງປ້ອງກັນປະເທດໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ຄະນະອຳນວຍການ
ພ້ອມຄະນະຈົ່ງມີສຸຂະພາບເຂັ້ມແຂງດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
© Copyrights 2024 Lao Telecommunication Public Company All Rights Reserved