ບໍລິການ ໂທຂ້າມແດນອັດຕະໂນມັດ (International Roaming Service: IR)
- IR ບໍລິການໂທຂ້າມແດນອັດຕະໂນມັດ ເປັນບໍລິການໜຶ່ງຂອງໂທລະສັບມືຖືແບບລາຍເດືອນ ທີ່ໃຫ້ທ່ານສາມາດນໍາເອົາໂທລະສັບມືຖືຂອງທ່ານໄປນໍາໃຊ້ໄດ້ໃນຕ່າງປະເທດທີ່ມີສັນຍາຮ່ວມກັນໃນການເປີດໃຫ້ບໍລິການ IR ກັບ ລາວໂທລະຄົມ.
- ບໍລິການ IR ນີ້ ຈະອໍານວຍຄວາມສະດວກດ້ານການຕິດຕໍ່ສື່ສານໃຫ້ທ່ານ ໃນເວລາທີ່ທ່ານເດີນທາງໄປຕ່າງປະເທດຢ່າງອົບອຸ່ນໃຈວ່າ ທ່ານຈະບໍ່ຂາດການຕິດຕໍ່ສື່ສານທຸກເລື່ອງທີ່ສໍາຄັນທາງດ້ານທຸລະກິດ ຫຼື ເລື່ອງສ່ວນຕົວດ້ວຍເບີມືຖື M Phone GSM ເຄື່ອງເດີມເບີເດີມ.