ວັນທີ: 21 ພະຈິກ 2020 ລາວ ໂທລະຄົມ ໄດ້ເປີດງານຕະຫຼາດນັດ “Lao Telecom Market ຄັ້ງທີ 5 ” ຂື້ນ ທີ່ສູນການຄ້າ ວຽງຈັນເຊັນເຕີ,ນະຄອນຫຼວງວຽງຈັນ ໃຫ້ກຽດກ່າວເປີດງານໂດຍ ທ່ານ ທັນສະໄໝ ຊາມຸນຕີ ຜູ້ຊີ້ນຳວຽກງານທາງດ້ານCommercial ລລທ ທັງເປັນຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ເຂົ້າຮ່ວມໃນພິທີມີ ທ່ານ ປິຍະວັດ ຈະລິຍະເສດຖະພົງ ຮອງຜູ້ອຳນວຍການໃຫຍ່ ລລທ, ທ່ານ ນິວັດ ເຢັນກາຍ ຫົວໜ້າຝ່າຍການຕະຫຼາດ ແລະ ການຂາຍ ລລທ, ຄະນະຝ່າຍ, ຄະນະພະແນກການ,ພະນັກງານວິຊາການ ລລທ, ຮ້ານຄ້າເຄື່ອງຫັດຖະກໍາ ແລະ ຜ້າຝ້າຍລາວ, ຮ້ານຄູ່ຮ່ວມທຸລະກິດອື່ນໆໃນ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ລູກຄ້າ , ນາງແບບ LTC Girls ແລະ ນ້ອງໆທີມຟ້ອນບ້ານລາວແດນຈຳປາເຂົ້າຮ່ວມ.|ເຊິ່ງງານຕະຫຼາດນັດ ຄັ້ງທີ່ 5 ນີ້ ເປັນຕະຫຼາດນັດກ່ຽວກັບເຄື່ອງຫັດຖະກໍາ ແລະ ຜ້າຝ້າຍລາວ ເຊິ່ງ ລາວ ໂທລະຄົມ ໄດ້ເຊື້ອເຊີນເອົາບັນດາຮ້ານທີ່ມີຊື່ສຽງ ແລະ ມີຄວາມຊໍານິຊໍານານສະເພາະ ກ່ຽວກັບສິນຄ້າດັ່ງກ່າວ ຂອງປະເທດລາວເຮົາ ມາຮວມໂຕກັນຢູ່ໃນງານດັ່ງກ່າວ ເພື່ອວາງສະແດງ ແລະ ຈໍາໜ່າຍ ໃຫ້ລູກຄ້າໄດ້ສໍາພັດ ແລະ ເລືອກຊື້ໄດ້ຕາມອັດ ທະຍາໄສ ເປັນການຊ່ວຍອານຸຮັກ-ສົ່ງເສີມ ເຄື່ອງຫັດຖະກໍາ ແລະ ຜ້າຝ້າຍລາວ ທີ່ຜະລິດຈາກສີມືຂອງຄົນລາວ ທີ່ ມີເອກະລັກ ແລະ ຄວາມງົດງາມສະເພາະຕົວ ພາຍໃນງານຍັງມີການສະແດງຟ້ອນກິນນາລີ ແລະ ການເດີນແບບຈາກຊຸດຜ້າຝ້າຍລາວໂດຍການປະຍຸກເຂົ້າກັບສະໄໝໃໝ່ ແບບລຽບງ່າຍ ແລະ ລົງໂຕອີກດ້ວຍ.
View: 133 | 11/23/2020 9:22:31 AM | ກິດຈະກຳ
Copyright © 2021 , All Rights Reserved | Version : 2.0