ໃນວັນທີ 16 ພະຈິກ 2020 ທີ່ ຫ້ອງປະຊຸມ ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດພິທີຝຶກອົບຮົມ ທິດສະດີການ ເມືອງ-ການປົກຄອງ ໃນຫົວຂໍ້ສະເພາະໃຫ້ຜູ້ບໍລິຫານນໍາພາ-ຄຸ້ມຄອງ ບໍລິສັດ ລາວ ໂທລະຄົມມະ ນາຄົມ ມະຫາຊົນ (ລລທ) ຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ (ສມປຊ) ແລະ ສະຫາຍ ສຸພົນ ຈັນທະວີໄຊ ເລຂາຄະນະພັກຮາກຖານ ລລທ. ໃຫ້ກຽດເຂົ້າຮ່ວມໃນພິທີມີສະຫາຍ ຄໍາພູ ດວງຖະໝອມ ຄະນະພັກ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ ກະຊວງ ປທສ ພ້ອມດ້ວຍ ສະຫາຍຄະນະພັກສະຖາບັນການເມືອງ ການປົກຄອງແຫ່ງຊາດ, ບັນດາຄະນະພັກຮາກຖານ ລລທ ແລະ ສຳມະນາກອນ 35 ສະຫາຍ ເຊິ່ງແມ່ນຜູ້ບໍລິຫານນໍາພາ-ຄຸ້ມຄອງຢູ່ພາຍໃນ ລລທ ແລະ ມາຈາກກະຊວງ ປທສ ເຂົ້າຮ່ວມ. ໃນບັ້ນຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 10 ວັນ ນັບແຕ່ ວັນທີ 16-27 ພະຈິກ 2020 ໂດຍຫຼັກສູດທີ່ຝຶກອົບຮົມ ແບ່ງອອກເປັນ 2 ພາກວິຊາຄື: ພາກວິຊາກໍ່ສ້າງພັກ ແລະ ພາກວິຊາບໍລິຫານອົງການ ທັງໝົດມີ 13 ຫົວຂໍ້ຄື: 1. ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດກ່ຽວກັບ ລັດວິສາຫະກິດ ໃນລະບົບເສດຖະກິດແຫ່ງຊາດ 2. ບົດບາດຂອງລັດວິສາຫະກິດຕໍ່ກັບການພັດທະນາເສດຖະ ກິດ-ສັງຄົມ ຢູ່ປະເທດເຮົາ 3. ຍົກສູງຂີດຄວາມສາມາດພະນັກງານນໍາພາ-ຄຸ້ມຄອງລັດວິສາຫະກິດໃນ ເງື່ອນໄຂໃໝ່ 4. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກ 5. ວຽກງານຂະຫຍາຍພັກ 6. ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກຢູ່ລັດວິສາຫະກິດ 7. ຍົກສູງຄຸນນະພາບການດໍາເນີນຊີວິດຂອງໜ່ວຍພັກ 8. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 9. ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານອົງການ 10. ການບໍລິຫານບຸກຄະລາກອນ 11. ການບໍລິຫານເວລາ ແລະ ການເຮັດວຽກເປັນທີມ 12. ການບໍລິຫານງົບປະມານ 13. ມະນຸດສໍາພັນ ແລະ ການຈູງໃຈ|ຈຸດປະສົງການເປີດຊຸດຝຶກອົບຮົມຄັ້ງນີ້ກໍ່ແມ່ນໝຶ່ງໃນການປະຕິບັດແຜນພັດທະນາບຸກຄະລາກອນ ຂອງ ລາວ ໂທລະຄົມ ແນ່ໃສ່ສ້າງຜູ້ບໍລິຫານຫຼັກ ແຫຼ່ງນໍາພາ-ຄຸ້ມຄອງ ລລທ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດທາງ ດ້ານ ທິດສະດີການເມືອງ-ການປົກຄອງເພື່ອໝູນໃຊ້ເຂົ້າໃນວຽກງານວິຊາ ສະເພາະ ແລະ ການນໍາພາ. ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ອຸດົມການ ແລະ ການນໍາພາໃນພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການ ຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ມີຄວາມຫ້າວຫັນເປັນແບບ ຢ່າງ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ວິຊາສະເພາະໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງຂື້້ນກວ່າເກົ່າ.
View: 147 | 11/17/2020 5:42:39 PM | ກ່ຽວກັບ ລາວ ໂທລະຄົມ
Copyright © 2021 , All Rights Reserved | Version : 2.0