ເຂົ້າສູ່ລະບົບ
ລົງທະບຽນ
9/21/2017 4:22:39 PM | ກ່ຽວກັບ ລາວ ໂທລະຄົມ
ໃນຕອນເຊົ້າວັນທີ 20 ກັນຍາ 2017 ຢູ່ທີ່ ສູນບໍລິການລູກຄ້າ ລາວ ໂທລະຄົມ ສາຍລົມ ໄດ້ຈັດພິທີມອບລົດຈັກ HONDA WAVE 100 ຈຳນວນ 02 ຄັນ, ໃຫ້ແກ່ທ່ານລູກຄ້າຜູ້ໂຊກດີ ເຊິ່ງເປັນລາງວັນ ໃນໂຄງການຂູດບັດລຸ້ນໂຊກພາກ 2 ຂອງ ລາວ ໂທລະຄົມ ຈາກການທີ່ ລູກຄ້າ ຊົມໃຊ້ເບີໂທລະສັບມືຖື ຂອງ ລາວ ໂທລະຄົມ, ໃຫ້ກຽດມອບໃນຄັ້ງນີ້ແມ່ນ: ທ່ານ ເຄນ ສະຕຣຸດເກີ ຫົວໜ້າພະແນກພົວພັນ ນັກລົງທຶນ ລາວ ໂທລະຄົມ.
ຮັບໂດຍລູກຄ້າຜູ້ໂຊກດີ ຜູ້ທີ1: ຊື່: ນາງ ເພັດສະຫວັນ ວົງໄຊຍາ ຢູ່ ບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າຂອງໜາຍເລກ ໂທລະສັບນໍ້າເບີ: 020 56488775 ໄດ້ຮັບລາງວັນຈາກການຂູດບັດ ຕື່ມເງິນ ມູນຄ່າ: 25,000 ກີບ.
ຮັບໂດຍລູກຄ້າຜູ້ໂຊກດີ ຜູ້ທີ2: ຊື່: ນາງ ດວງຈັນ ຈີວໍລະກຸນ ຢູ່ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າຂອງໜາຍເລກ ໂທລະສັບນໍ້າເບີ: 020 56732338 ໄດ້ຮັບລາງວັນຈາກການຂູດບັດ ຕື່ມເງິນ ມູນຄ່າ: 5,000 ກີບ.
ໃນນັ້ນຍັງມີພະນັກງານ ລລທ ແລະ ບັນດາລູກຄ້າທີ່ເຂົ້າມາໃຊ້ບໍລິການທີ່ ສູນບໍລິການລູກຄ້າ ລລທ ສາຍລົມ ຮ່ວມເປັນສັກຂີພະຍານອີກດ້ວຍ. ຢ່າລືມຢ່າພາດ ຖ້າທ່ານຢາກເປັນຜູ້ໂຊກດີ ທີ່ໄດ້ຮັບລາງວັນຈາກທາງ ລາວ ໂທລະຄົມ ຕ້ອງນໍາໃຊ້ເບີຂອງ ລາວ ໂທລະຄົມ ເທົ່ານັ້ນ. ດັ່ງຄໍາຂວັນທີ່ວ່າ: ລາວ ໂທລະຄົມ ໂທລະຄົມ ຂອງຄົນລາວ ເພື່ອສັງຄົມລາວ.
ກັບຄືນ
Like ( 0 )
Comment ( 0 )
Share
Copyright © 2018, All Rights Reserved | Version : 2.0