ເຂົ້າສູ່ລະບົບ
ລົງທະບຽນ
11/17/2016 12:00:00 AM | ກ່ຽວກັບ ລາວ ໂທລະຄົມ
ໃນວັນທີ 17/11/2016 ທີ່ສຳນັກງານໃຫຍ່ ບໍລິສັດລັດ ວິສາຫະກິດ ລາວ ໂທລະຄົມມະນາຄົມ ໄດ້ຈັດພິທີຟັງການເຜີຍແຜ່ຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຕາມນະໂຍບາຍຂອງສູນກາງສະຫະພັນກຳມະບານລາວ, ເປັນກຽດໃນການເຜີຍແຜ່ຄັ້ງນີ້ແມ່ນ: ທ່ານ ສຸພົນ ຈັນທະວິໄຊ ຫົວໜ້າຝ່າຍປະຕິບັດການ ແລະ ພັດທະນາເຄືອຂ່າຍ, ປະທານສະຫະພັນກຳມະບານຮາກຖານ ລລທ. ແລະ ບັນດາສະມາຊິກອ້ອມຂ້າງ ລລທ ສູນກາງ ເຂົ້າຮ່ວມຢ່າງພ້ອມພຽງໃນການຟັງເຜີຍແຜ່ວຽກງານກຳມະບານໃນຄັ້ງນີ້ໂດຍໄດ້ແບ່ງອອກເປັນສອງຕອນຄື: ໜ່ວຍທີ 1-5 ເຂົ້າຟັງເຜີຍແຜ່ຕອນເຊົ້າ ແລະ ໜ່ວຍທີ 6-9 ເຂົ້າຟັງການເຜີຍແຜ່ຕອນແລງ ຈຸດປະສົງຂອງການເຜີຍແຜ່ວຽກງານກຳມະບານໃຫ້ແກ່ສະມາຊິກກຳມະບານຮາກຖານ ລລທ ໄດ້ຮັບຮູ້ກ່ຽວກັບການປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ, ສະພາບການຂອງສະຫະພັນກຳມະບານລາວ ແລະ ນະໂຍບາຍຂອງສະຫະພັນກຳມະບານລາວ.
ກັບຄືນ
Like ( 0 )
Comment ( 0 )
Share
Copyright © 2018, All Rights Reserved | Version : 2.0